A National Buddhist Memorial Ceremony for Asian American Ancestors

Saturday, March 16th, 2024

Please share widely with Lao American Buddhist communities: www.maywegather.org (#MayWeGather: A National Buddhist Memorial Ceremony for Asian American Ancestors)

ຂໍຂາບໄຫວ້ນິມົນແລະຂໍອັງເຊີນຊ່ວນທຸກທ່ານມາເຂົ້າຮ່ວມໃນງານລະດັບຊາດ May We Gather, ຊຶ່ງແມ່ນການເຮັດບຸນ ແລະຍ່າງອ້ອມພ້ອມໆ ກັນ ເພື່ອອຸທິດສ່ວນກຸສົນໃຫ້ບັນພະບຸລຸດຊາວພຸດເຊື້ອສາຍອາຊີໃນອະເມລິກາ. ງານນີ້ມີຈຸດປະສົງເພື່ອເຊື່ອມຄວາມສຳພັນລະຫວ່າງຜູ້ອົບພະຍົບໃນສັດຕະວັດທີ່ 19 ທີ່ໄດ້ປະສົບຄວາມຄວາມຮຸນແຮງໃນອະເມລິກາ ນຳຄົນເຊື້ອສາຍອາຊີໃນສັດຕະວັດທີ່ 21 ທີ່ເສຍຊີວິດຈາກເຫດການຄວາມຮຸນແຮງທັງໃນ Atlanta, San Francisco ແລະ ເມືອງອື່ນໆ ທົ່ວປະເທດ. ກິດຈະກຳນີ້ຈະຈັດຂຶ້ນທີ່ Antioch, California ໃນວັນທີ່ 16.03.2024 ໂດຍຊິມີຊາວພຸດເຊື້ອສາຍອາຊີໃນສະຫະລັດຈາກທຸກນິກາຍ, ທຸກຂົງເຂດ, ແລະ ທຸກພາສາ, ທັງລາວ, ໄທ, ກຳປູເຈຍ, ມຽນມາ, ສີລັງກາ, ເກົາຫຼີ, ຍີ່ປຸ່ນ, ໄຕ້ຫວັນ ຈີນ ແລະ ອື່ນໆ ມາເຂົ້າຮ່ວມນຳກັນດ້ວຍ. 

ສຳລັບຜູ້ມີກຽດທຸກທ່ານທີ່ບໍ່ສາມາດເຂົ້າຮ່ວມພິທີໄດ້ໃນສະຖານທີ່ຈິງ ຈະມີການຖ່າຍທອດສົດທາງ YouTube ເວລາ 1pm PDT / 4pm EDT ວັນທີ່ 16.03.2024.  ຖ້າຫາກສົນໃຈຂໍ້ມູນເພີ່ມເຕີມ ຫຼືປະສົງຊິລົງທະບຽນພິທີດັ່ງກ່າວ, ກະລຸນາກົດທີ່ລິ້ງນີ້: www.maywegather.org. ຊ່ວຍແຊນຳໝູ່ເພື່ອນ ແລະ ອ້າຍເອື້ອຍນ້ອງຊາວພຸດລາວຢູ່ອະເມລິກາເດີ້.